VGA ແມ່ນຫຍັງ - Yarkhu

Breaking

ເວັບໄຊ ສູນລວມຂໍ້ມູນ ຂອງຄົນລາວ


31 มกราคม 2560

VGA ແມ່ນຫຍັງ

 
VGA ຫຍໍ້ມາຈາກ Video Graphic Adapter ຄື ​ອຸປະກອນ​ສຳລັບ​ສະແດງ​ຜົນ​ຂອງ​ເຄື່ອງ​ຄອມພິວເຕີ​ ທີ່​ເຮົາ​ມັກເອີ້ນວ່າ: ກາດຈໍ​ ເຊິ່ງກາດຈໍ​ຈະ​ເປັນ​ຕົວ​ເຊື່ອມ​ຕໍ່​ລະຫວ່າງ​ເມນ​ບອດ ​ກັບ ​ຈໍ​ພາບ​ ຈະ​ຊ່ວຍ​ໃຫ້​ໜ້າຈໍສາມາດ​ສະແດງ​ຜົນ​ໄດ້​ຢ່າງເຕັມ​ປະ​ສິດ​ທິ​ພາບ​
1.1. ຄວາມແຕກຕ່າງກັນລະຫວ່າງ ກາດຈໍ ແບບ Onboard ແລະ ກາດຈໍ ແບບແຍກຊື້.
    ກາດຈໍແບບ Onboard:




   ກາດຈໍແບບ Onboard ນີ້ ຖ້າຈະເວົ້າໃຫ້ຖືກແມ່ນມັນເປັນພຽງຂອງແຖມທີ່ຕິດມານຳເມນບອດ ເພື່ອໃຫ້ໃຊ້ວຽກສະເພາະຫນ້າເທົ່ານັ້ນມັນພຽງແຕ່ຊ່ອຍປະມວນຜົນ ແລະ ສົ່ງສັນຍານພາບອອກມາທີ່ຫນ້າຈໍຄອມໃນລະດັບທີ່ຕ່ຳຫລາຍ ແຕ່ກໍພຽງພໍສຳຫລັບທ່ານໃດທີ່ໃຊ້ຄອມພິວເຕີພຽງເພື່ອຫລິ້ນອິນເຕີເນັດເນັດ ແລະ ພິມເອກະສານທົ່ວໄປ ເພາະວຽກຈຳພວກນີ້ບໍ່ມີຄວາມຈຳເປັນຕ້ອງໃຊ້ຫນ່ວຍປະມວນຜົນພາບແຮງໆມາຊ່ອຍປະມວນຜົນ ແຕ່ຖ້າຫາກຈະເອົາກາດຈໍແບບ Onboard ນີ້ໄປໃຊ້ວຽກທີ່ຕ້ອງການການປະມວນຜົນພາບທີ່ສູງໆເຊັ່ນ: ການອອກແບບ, ເບິ່ງຫນັງ, ຫລິ້ນເກມ…


➔ ກາດຈໍແບບແຍກຊື້:



ກາດຈໍແບບແຍກຊື້ນັ້ນມີຫລາຍຮຸ່ນຫລາຍຊະນິດໃຫ້ເລືອກ ໂດຍຖືກກຳນົດວ່າ Interface ທີ່ໃຊ້ນັ້ນຮອງຮັບຮູຊຸບຊະນິດໃດ, ເຊິ່ງກາດຈໍມີມາດຕະຖານຮອງຮັບຄືແບບ AGP (Accelerated Graphics Port) ທີ່ປັດຈຸບັນບໍ່ມີຜະລິດແລ້ວ ແລະ ແບບທີ່ປັດຈຸບັນນິຍົມໃຊ້ແມ່ນ PCI-Express (Peripheral Component Interconnect Express) ເຊິ່ງສາມາດປະມວນຜົນ ແລະ ສົ່ງສັນຍານພາບໄດ້ດ້ວຍຄວາມໄວສູງກວ່າແບບເກົ່າ, ສາມາດຕອບສະຫນອງຄວາມຕ້ອງການທາງດ້ານການໃຊ້ການປະມວນຜົນພາບສູງໆ ບໍ່ວ່າຈະເປັນການອອກແບບຕົກແຕ່ງຮູບພາບ, ສະແດງສີສັນທີ່ສົດໃສສົມຈິງເວລາເບິ່ງຫນັງ ແລະສາມາດປະມວນຜົນພາບແບບ Real Time ໄດ້ຢ່າງວອງໄວໃນຂະນະຫລິ້ນເກມ.






ແຫລ່ງ​ອ້າງ​ອິງ​ຈາກ:
              https://ecorneronline.com/ການເລືອກຊື້ຄອມພິວເຕີພາ-6/